LANA Votes

Texas - Voting Information


LANA Votes ອົງການ

Absentee (Mail-in) Voting ການລົງຄະແນນສຽງທາງໄປສະນີ

Application Form (linked) ຂໍຟອມໄດ້ທີ່ (ເວັບໄຊ້)

Voters can only vote by mail in Texas with an approved excuse. ຜູ້ລົງຄະແນນສຽງໃນລັຖເທັກຊັສຈະສາມາດລົງຄະແນນສຽງທາງໄປສະນີໄດ້ພຽງຕໍ່ເມື່ອມີຂໍ້ອ້າງທີ່ໄດ້ຮັບການອະນຸມັດ

You may vote absentee in Texas if you are: ທ່ານອາດສາມາດລົງຄະແນນສຽງທາງໄປສະນີໃນລັຖເທັກຊັສໄດ້ຖ້າທ່ານ: 
be 65 years or older; ມີອາຍຸ 65 ປີຂຶ້ນໄປ
be sick or disabled; ປ່ວຍ ຫຼື ເສັຍອົງຄະ
be out of the county on election day and during the period for early voting by personal appearance; ຢູ່ນອກປະເທດໃນວັນລົງຄະແນນສຽງເລືອກຕັ້ງ ແລະ ໃນໄລຍະການລົງຄະແນນສຽງດ້ວຍຕົວເອງກ່ອນວັນກຳນົດ
be expected to give birth within three weeks before or after Election Day; or ຄາດວ່າຈະມີການເກີດລູກພາຍໃນສາມອາທິດກ່ອນໜ້າ ຫຼື ຫຼັງວັນເລືອກຕັ້ງ; ຫຼື
be confined in jail, but otherwise eligible. ຖືກຈອງຈຳໃນຄຸກ, ແຕ່ຍັງມີສິດລົງຄະແນນສຽງຢູ່

Your absentee ballot application must be in-person or mailed 11 days before Election Day to your early voting clerk. Completed ballots must be returned in-person by 7 PM on Election Day, or by-mail by 5 PM two days after Election Day. ຟອມຮ້ອງຂໍບັດລົງຄະແນນສຽງທາງໄປສະນີຂອງທ່ານຈຳເປັນຕ້ອງຖືກສົ່ງເຂົ້າໄປຫາພະນັກງານຫ້ອງການລົງຄະແນນສຽງ ດ້ວຍຕົວເອງ ຫຼື ສົ່ງໄປທາງໄປສະນີ 11 ວັນກ່ອນເຖິງວັນເລືອກຕັ້ງ. ຟອມທີ່ຖືກກອກຢ່າງສົມບູນຈຳເປັນຕ້ອງຖືກສົ່ງເຂົ້າໄປ ດ້ວຍຕົວເອງກ່ອນ 7 ໂມງແລງຂອງວັນເລືອກຕັ້ງ, ຫຼື ດ້ວຍໄປສະນີກ່ອນ 5 ໂມງແລງ ສອງວັນກ່ອນວັນເລືອກຕັ້ງ. 

Do not forget to include your last 4 digits of your social security or driver’s license number in the application. It must match what is on file ຢ່າລືມກອກສີ່ເລກສຸດທ້າຍຂອງເລກໂຊຊ່ຽວປະຈຳຕົວຂອງທ່ານ ຫຼື ເລກທະບຽນໃບຂັບຂີ່ລົງໄປໃນໃບຮ້ອງຂໍ.  ຂໍ້ມູນເລກເລົ່ານີ້ຈະຕ້ອງກົງກັບຂໍ້ມູນທີ່ມີຢູ່ໃນແຟ້ມຂອງລັຖ. 

Here is a list of the acceptable forms of photo ID at the polling place: ນີ້ແມ່ນລາຍການບັດສະແດງຕົວທີ່ຖືກຍອມຮັບຕາມສະຖານທີ່ລົງຄະແນນສຽງ 
Texas Driver License issued by the Texas Department of Public Safety (DPS) ໃບຂັບຂີ່ທີ່ຫ້ອງການ DPS ຂອງລັຖເທັກຊັສອອກໃຫ້ 
Texas Election Identification Certificate issued by DPS ບັດປະຈຳຕົວລົງຄະແນນສຽງທີ່ຫ້ອງການ DPS ຂອງລັຖເທັກຊັສອອກໃຫ້
Texas Personal Identification Card issued by DPS ບັດປະຈຳຕົວທີ່ຫ້ອງການ DPS ຂອງລັຖເທັກຊັສອອກໃຫ້
Texas Handgun License issued by DPS ໃບໄລເຊັນອະນຸມັດການຄອບຄອງອາວຸດປືນທີ່ຫ້ອງການ DPS ຂອງລັຖເທັກຊັສອອກໃຫ້
United States Military Identification Card containing the person’s photograph ບັດປະຈຳຕົວຈາກກອງທັບທະຫານປະເທດສະຫະລັຖທີ່ມີຮູບພາບ
United States Citizenship Certificate containing the person’s photograph ໃບສະແດງສັນຊາດຂອງປະເທດສະຫະລັຖທີ່ມີຮູບພາບUnited States Passport (book or card) ໃບເດີນທາງພາສພອທຂອງສະຫາລັຖ (ປື້ມ ຫຼື ບັດ)

Voter Registration Deadline: October 11, 2022 ວັນໝົດກຳນົດການຂຶ້ນທະບຽນລົງຄະແນນສຽງ: ວັນທີ 11 ຕຸລາ, 2022

Registration Form (linked) ຂໍຟອມໄດ້ທີ່ (ເວັບໄຊ້)

To register in Texas you must: ໃນການຂຶ້ນທະບຽນລົງຄະແນນສຽງໃນລັຖເທັກຊັສ ທ່ານຈະຕ້ອງ: 

Be a U.S. citizen; ເປັນສັນຊາດອະເມຣິກັນ
Be a resident of the county; ເປັນຜູ້ອາໄສຢູ່ໃນແຂວງໃດໜຶ່ງ
Be 18 years old (you may register at 17 years and 10 months); ມີອາຍຸ 18 ປີຂຶ້ນໄປ 
Not a convicted felon (unless a person's sentence is completed, including any probation or parole) ບໍ່ແມ່ນຜູ້ເຄີຍຖືກຕັດສິນຜິດໃນຄະດີອາຍາຮ້າຍແຮງ (ນອກຈາກວ່າຜູ້ນັ້ນໄດ້ຊົດໄຊ້ໂທດອາຍາສຳເລັດແລ້ວ, ລວມທັ້ງການຖືກໃສ່ໂທດດູແລຄວາມປະພຶດໂດຍຫ້ອງການໂພຣເບຊັ່ນ ຫຼື ພະໂຣ)
Not declared mentally incapacitated by a court of law ບໍ່ໄດ້ຖືກປະກາດວ່າເປັນຄົນຂາດຄວາມສາມາດດ້ານຈິດໂດຍຜູ້ພິພາກສາ/ສານ

Early Voting: October 24 - November 4 ການລົງຄະແນນສຽງກ່ອນກຳນົດ: ຈາກວັນທີ 24 ຕຸລາ ເຖິງ ວັນທີ 4 ພະຈິກ 
Early Voting FAQ (linked) ຄຳຖາມ ແລະ ຄຳຕອບກ່ຽວກັບການລົງຄະແນນນສຽງກ່ອນອຳນົດ (ເວັບໄຊ້)
Early Voting Locations (linked) ລາຍການສະຖານທີ່ລົງຄະແນນສຽງກ່ອນກຳນົດ (ເວັບໄຊ້)

Early voting is available for all registered voters beginning 17 days before Election Day, unless that day falls on a weekend, in which case early voting begins on that Monday. Early voting ends four days before Election Day. ການລົງຄະແນນສຽງກ່ອນກຳນົດແມ່ນມີໃຫ້ຜູ້ທີ່ຂຶ້ນທະບຽບລົງຄະແນນສຽງທຸກຄົນ ເລີ່ມຕົ້ນ 17 ວັນກ່ອນເຖິງວັນເລືອກຕັ້ງ, ນອກຈາກວ່າວັນເລີ່ມຕົ້ນນັ້ນແມ່ນຖືກວັນທ້າຍອາທິດ, ໃນກໍລະນີນັ້ນ ວັນເລີ່ມຕົ້ນລົງຄະແນນສຽງກ່ອນກຳນົດຈະເປັນວັນຈັນ. ການລົງຄະແນນສຽງກ່ອນກຳນົດຈະສິ້ນສຸດໄປສີ່ວັນກ່ອນເຖິງວັນເລືອກຕັ້ງ. 

Election Day is November 8!

Pennyslvania - Voting Information


LANA Votes ອົງການ

Voter Registration Deadline: October 24, 2022 ວັນໝົດກຳນົດການຂຶ້ນທະບຽນລົງຄະແນນສຽງ: ວັນທີ 24 ຕຸລາ, 2022

Application Form (linked) ຟອມຮ້ອງຂໍຂຶ້ນທະບຽນ (ເວັບໄຊ້)

To register in Pennsylvania you must:
Be a United States citizen at least 30 days before the next election
Be a resident of Pennsylvania and your election district for at least 30 days before the next election
Be at least 18 years of age on the day of the next election

ໃນການຂຶ້ນທະບຽນທີ່ລັຖເພັນຊິລເວເນັຍ ທ່ານຈຳເປັນ:
-ຕ້ອງເປັນສັນຊາດອະເມຣິກັນໄດ້ຢ່າງຕ່ຳ 30 ວັນກ່ອນເຖິງວັນເລືອກຕັ້ງຄັ້ງຕໍ່ໄປ
-ເປັນຜູ້ອາໄສຖາວອນຂອງລັຖເພັນຊິລເວເນັຍ ແລະ ເຂັດເລືອກຕັ້ງຂອງທ່ານໄດ້ຢ່າງຕ່ຳ 30 ວັນກ່ອນເຖິງວັນເລືອກຕັ້ງຄັ້ງຕໍ່ໄປ
-ເປັນຜູ້ມີອາຍຸຢ່າງຕ່ຳ 18 ປີຂຶ້ນໄປໃນວັນເລືອກຕັ້ງຄັ້ງຕໍ່ໄປ

Only first time voters must bring a photo ID to the polls.
Acceptable IDs include:
Pennsylvania driver’s license or PennDOT ID cardID issued by any Commonwealth agency
ID issued by the U.S. Government
U.S. passport
U.S. Armed Forces ID
Student ID
Employee ID

If you do not have a photo ID, you can use ID that includes your name and address.
Accepted forms of non-photo ID include:
Confirmation issued by the County Voter Registration Office
Non-photo ID issued by the Commonwealth
Non-photo ID issued by the U.S. Government
Firearm permit
Current utility bill
Current bank statement
Current paycheck
Government check

ມີພຽງຜູ້ລົງຄະແນນສຽງຄັ້ງທຳອິດເທົ່ານັ້ນທີ່ຈຳເປັນຕ້ອງຖື ບັດປະຈຳຕົວທີ່ມີຮູບພາບ  ໄປສະຖານທີ່ລົງຄະແນນສຽງນຳ. ບັດສະແດງຕົວທີ່ໄດ້ຖືກຍອມຮັບມີ:
-ບັດຂັບຂີ່ຂອງຂອງລັຖເພັນຊິລເວເນັຍ ຫຼື ບັດປະຈຳຕົວຈາກ PennDOT
-ບັດປະຈຳຕົວຈາກຫ້ອງການ Commonwealth ໃດໜຶ່ງ
-ບັດປະຈຳຕົວຈາກລັດຖະບານກາງຂອງສະຫະລັຖອະເມຣິກາ
-ບັດເດີນທາງພາສພອທຂອງສະຫະລັຖ
-ບັດປະຈຳຕົວທະຫານຂອງສະຫະລັຖ
-ບັດປະຈຳຕົວນັກຮຽນ
-ບັດປະຈຳຕົວພະນັກງານ

ຖ້າທ່ານບໍ່ມີບັດປະຈຳຕົວທີ່ມີຮູບພາບ ທ່ານສາມາດໃຊ້ບັດທີ່ມີຊື່ ແລະ ທີ່ຢູ່ຂອງທ່ານ.ບັດທີ່ບໍ່ມີຮູບພາບທີ່ໄດ້ຖືກຍອມຮັບມີດັງນີ້:
-ໃບຍັ້ງຍືນຈາກຫ້ອງການຜູ້ຂຶ້ນທະບຽນລົງຄະແນນສຽງຂອງແຂວງ
-ບັດປະຈຳຕົວທີ່ບໍ່ມີຮູບພາບຈາກຫ້ອງການ Commonwealth ໃດໜຶ່ງ
-ບັດປະຈຳຕົວທີ່ບໍ່ມີຮູບພາບຈາກລັດຖະບານກາງຂອງສະຫະລັຖອະເມຣິກາ
-ໃບອະນຸຍາດຄອບຄອງປືນ
-ໃບເກັບຄ່າໄຟຟ້າ
-ບັນທຶກລາຍເດືອນຈາກທະນາຄານປະຈຸບັນ
-ຫາງເຊັກເງິນລາຍໄດ້ປະຈຸບັນ
-ເຊັກເງິນຈາກລັດຖະບານ

Mail-in Ballot Request Deadline: November 1, 2022
ວັນໝົດກຳນົດການຮ້ອງຂໍບັດລົງຄະແນນສຽງທາງໄປສະນີ: ວັນທີ 1 ພະຈິກ, 2022

Application Form (linked) ຟອມຮ້ອງຂໍຂຶ້ນທະບຽນ (ເວັບໄຊ້)
No excuse is needed to vote by mail in Pennsylvania. You can apply for vote by mail or absentee voting if you are registered to vote, either online or by mail. The County Board of Elections must receive absentee voting applications no later than 5PM on the Tuesday before Election Day. Return your ballot by mail or hand-deliver your ballot before 8 pm on election day to your county election office or other officially designated site. Some counties are providing drop-boxes for mail ballots.

ບໍ່ຈຳເປັນຕ້ອງມີເຫດຜົນພິເສດທີ່ຈະໃຊ້ບັດລົງຄະແນນສຽງທາງໄປສະນີໃນລັຖເພັນຊິລເວເນັຍ. ທ່ານສາມາດຮ້ອງຂໍລົງຄະແນນສຽງທາງໄປສະນີ ຫຼື ບັດຜູ້ບໍ່ໄດ້ຢູ່ ຖ້າທ່ານໄດ້ຂຶ້ນເປັນຜູ້ລົງຄະແນນສຽງແລ້ວ, ບໍ່ວ່າຈະເປັນທາງ ອອນໄລນ໌ ຫຼື ທາງໄປສະນີ.

ທາງຫ້ອງການຄະນະການເລືອກຕັ້ງພາກແຂວງ (County Board of Elections) ຕ້ອງໄດ້ຮັບໃບຮ້ອງຂໍບັດລົງຄະແນນສຽງສຳລັບຜູ້ບໍ່ໄດ້ຢູ່ກ່ອນ 5 ໂມງແລງຂອງວັນອັງຄານຂອງອາທິດທີ່ຈະມີການເລືອກຕັ້ງ. ໃຫ້ທ່ານສົ່ງບັດລົງຄະແນນສຽງຂອງທ່ານມາທາງໄປສະນີ ຫຼື ໂດຍການເຂົ້າມາສົ່ງດ້ວຍຕົງເອງກ່ອນ 8 ໂມງແລງຂອງວັນເລືອກຕັ້ງທີ່  ຫ້ອງການຄະນະການເລືອກຕັ້ງພາກແຂວງ (county election office) ຫຼື ເວັບໄຊ້ອື່ນໆທີ່ເປັນທາງການຕາມກຳນົດ . ບາງແຂວງອາດມີ ກ່ອງເກັບບັດ ໄວ້ໃຫ້ເພື່ອເກັບບັດຄະແນນສຽງ.

Early Voting ລົງຄະແນນສຽງກ່ອນກຳນົດ

Pennsylvania does not offer early voting, but counties may make mail ballots available to voters in person up to 50 days before Election Day.

ລັຖເພັນຊິລເວເນັຍບໍ່ອະນຸຍາດໃຫ້ລົງຄະແນນສຽງກ່ອນກຳນົດ, ແຕ່ບາງແຂວງອາດຈັດໃຫ້ຜູ້ລົງຄະແນນສຽງໄດ້ສາມາດສົ່ງບັດໄປທາງໄປສະນີໄດ້ເຖິງ 50 ວັນກ່ອນເຖິງວັນເລືອກຕັ້ງ.

Oregon - Voting Information

LANA Votes ອົງການ

Voter Registration Deadline: October 18, 2022 ວັນໝົດກຳນົດການຂຶ້ນທະບຽນຜູ້ລົງຄະແນນສຽງ: ວັນທີ 18 ຕຸລາ, 2022

You can register to vote in-person at local election office, online, or by mail postmarked by Oct 18.
To register to vote in Oregon you must
be a citizen of the United States
be a resident of Oregon
be at least 16 years old to register, and 18 years old by election day to vote

ທ່ານສາມາດຂຶ້ນທະບຽນເພື່ອລົງຄະແນນສຽງ ດ້ວຍຕົວເອງ ທີ່ຫ້ອງການເລືອກຕັ້ງທ້ອງຖິ່ນ, ອອນໄລນ໌, ຫຼື ທາງໄປສະນີໂດຍມີກາຈ້ຳສົ່ງບໍ່ກາຍວັນທີ 18 ຕຸລາ
ໃນການຈົດຂຶ້ນທະບຽນລົງຄະແນນສຽງໃນລັຖອໍເຣກອນ ທ່ານຈຳເປັນຕ້ອງ
-ເປັນສັນຊາດສະຫະລັຖອະເມຣິກາ
-ເປັນຜູ້ອາໄສໃນລັຖອໍເຣກອນ
-ມີອາຍຸຢ່າງຕ່ຳ 16 ປີເພື່ອຂຶ້ນທະບຽນ, ແລະ ມີອາຍຸ 18 ປີຂຶ້ນໄປໃນວັນເລືອກຕັ້ງເພື່ອລົງຄະແນນສຽງ

How does Oregon protect against voter fraud? ລັຖອໍເຣກອນປ້ອງກັນການສໍ້ໂກງຂອງຜູ້ລົງຄະແນນສຽງຢ່າງໃດ?

-Accurate voter registration: The Elections Division regularly updates voter registration lists to remove deceased people, people who have moved, and other changes that impact eligibility. Oregon is a member of the Elections Registration Information Center (ERIC), a national data sharing system that ensures sharing of up-to-date voter registration information across states. Oregon is also a member of the National Change of Address, a system that provides a secure dataset of individuals and families that have filed a change-of-address with the USPS.
-ການຂຶ້ນທະບຽນຜູ້ລົງຄະແນນສຽງທີ່ຖືກຕ້ອງ: ພະແນກການເລືອກຕັ້ງ (The Elections Division) ທຳການປັບປຸງລາຍການຊື່ທະບຽນຜູ້ລົງຄະແນນສຽງຢ່າງເປັນປົກກະຕິ ເພື່ອລຶບລາຍຊື່ຜູ້ທີ່ໄດ້ເສັຍຊີວິດໄປແລ້ວ, ຜູ້ໄດ້ຍົກຍ້າຍທີ່ຢູ່ ແລະ ການປ່ຽນແປງອື່ນໆທີ່ອາດມີຜົນກະທົບຕໍ່ຄຸນສົມບັດ.   ລັຖອໍເຣກອນແມ່ນສະມາຊິກຂອງສູນຂໍ້ມູນທະບຽນການເລືອກຕັ້ງ Elections Registration Information Center (ERIC), ຊຶ່ງເປັນລະບົບການແບ່ງປັນຂໍ້ມູນລະດັບປະເທດ ທີ່ມີຄວາມແນ່ນອນກັນການແບ່ງປັນຂໍ້ມູນລ່າສຸດຢ່າງທົ່ວເຖິງໃນປະເທດ. ເຊັ່ນດຽວກັນນັ້ນ ລັຖອໍເຣກອນຍັງເປັນສະມາຊິກຂອງ ລະບົບການປ່ຽນທີ່ຢູ່ແຫ່ງຊາດ  (National Change of Address), ທີ່ອຳນວຍຂໍ້ມູນຢ່າງປອດໄພຂອງບຸກຄົນ   ແລະ   ຄອບຄົວທີ່ໄດ້ແຈ້ງການຍ້າຍທີ່ຢູ່ກັບຫ້ອງການໄປສະນີ.
-Preventing fraudulent voting:  Signature verification, unique barcodes, and paper material that cannot be replicated, and other security procedures are in place across the state.
-ປ້ອງກັນການສໍ້ໂກງລົງຄະແນນສຽງ: ກວດລາຍເຊັນ, ລະຫັດພິເສດ ແລະ  ວັດສະດຸເຈັ້ຍທີ່ບໍ່ສາມາດປອມສຳເນົາໄດ້ ແລະ ລະບຽບການຮັກສາຄວາມປອດໄພຕ່າງໆທີ່ມີໄວ້ຢູ່ທົ່ວລັຖ.
-Transparency: Voters are welcome to observe the ballot counting process, test of voting machines before elections, and signature verification, at any site in Oregon.
-ຄວາມໂປ່ງໃສ: ຜູ້ລົງຄະແນນສຽງສາມາດເຂົ້າຮ່ວມສັງເກດຂັ້ນຕອນການນັບບັດຄະແນນສຽງ, ທົດສອບຕູ້ເກັບນັບບັດຄະແນນ ກ່ອນເຖິງວັນເລືອກຕັ້ງ ແລະ ກວດລາຍເຊັນ ໃນທຸກສະຖານທີ່ລົງຄະແນນສຽງໃນລັຖອໍເຣກອນ.  
-Post-election review: All counties conduct hand recounts after statewide elections. These recounts are available to the public.
-ທົບທວນ ຫຼັງການເລືອກຕັ້ງ: ທຸກເຄົາຕີ້ທຳການນັບບັດຄະແນນສຽງດ້ວຍມືຫຼັງການເລືອກຕັ້ງທົ່ວລັຖ.  ການນັບໃໝ່ນີ້ແມ່ນເປີດເປັນສາທາລະນະ.

Mail Ballot ບັດຄະແນນສຽງທາງໄປສະນີ
There is no in-person voting in Oregon. Vote-by-mail is a modern and secure way to vote that Ore​gonians have been using for more than 20 years. Oregon has been an all vote by mail state for twenty years. Voters' pamphlets with information on ballot measures and candidates are sent to Oregon residents two to three weeks before each statewide election (starting Oct. 19), giving voters time to research issues on the ballot, including state and local measures and​ candidates. Active registered voters receive an official ballot to complete and return. The ballot can be mailed or dropped off at any official drop box​​ ​across the state.

ລັຖອໍເຣກອນມີລະບົບການລົງຄະແນນສຽງທີ່ສະດວກທີສຸດໃນປະເທດ. ຕັ້ງແຕ່ໄດ້ມີການນຳໃຊ້ວິທີລົງຄະແນນສຽງທາງໄປສະນີ ລັຖອໍເຣກອນໄດ້ຮັບກຽດຕິດອັນດັບເປັນຜູ້ນຳໜ້າລະດັບປະເທດ ໃນດ້ານຈຳນວນຄົນລົງຄະແນນສຽງ ແລະ ຄວາມປອດໄພ. ການລົງຄະແນນສຽງທາງໄປສະນີແມ່ນວິທີລົງຄະແນນສຽງທີ່ທັນສະໄໝ ແລະ ປອດໄພ ຊຶ່ງຊາວອໍເຣກອນໄດ້ໃຊ້ມາແລ້ວດົນກວ່າ 20 ປີ. ລັຖອໍເຣກອນໄດ້ມີສະຖານະເປັນລັຖທີ່ມີການລົງຄະແນນສຽງພ້ອມໜ້າກັນທົ່ວລັຖມາເປັນເວລາ 20 ປີ. ໃບປິວຄູ່ມືຂອງຜູ້ລົງຄະແນນທີ່ມີຂໍ້ມູນກ່ຽວກັບປະເດັນໃຫ້ລົງຄະແນນ ແລະ ຜູ້ສະໝັກເລືອກຕັ້ງ  ແມ່ນຈະຖືກສົ່ງໄປຫາຜູ້ອາໄສໃນ ສອງ ເຖິງ ສາມ ອາທິດກ່ອນເຖິງວັນເລືອກຕັ້ງທົ່ວລັຖ (ເລີ່ມວັນທີ່ 19 ຕຸລາ), ເພື່ອຜູ້ລົງຄະແນນຈະໄດ້ມີເວລາຄົ້ນຄວ້າປະເດັນໃນບັດເລືອກຕັ້ງ ລວມໄປເຖິງປະເດັນລະດັບລັຖ ແລະ ທ້ອງຖິ່ນ ແລະ ຜູ້ສະໝັກເລືອກຕັ້ງ.    ຜູ້ທີ່ມີທະບຽບລົງຄະແນນສຽງຖືກຕ້ອງຈະໄດ້ຮັບບັດລົງຄະແນນທາງການເພື່ອໃຫ້ລົງຄະແນນ ແລະ ສົ່ງກັບຄືນ.ບັດຄະແນນສຽງນັ້ນສາມາດຖືກສົ່ງກັບທາງໄປສະນີຫຼື ເອົາໄປສົ່ງທີ່ ກ່ອງເກັບບັດໄດ້ທີ່ທຸກຈຸດໃນທົ່ວລັຖ. ​ບັດລົງຄະແນນສຽງຈະຕ້ອງໄດ້ຖືກຮັບ ແລະ ຖືກສົ່ງພ້ອມໝາຍຈ້ຳການສົ່ງກ່ອນ 8 ໂມງແລງຂອງວັນເລືອກຕັ້ງ.

Absentee Ballot ບັດຄະແນນສຳລັບຜູ້ບໍ່ໄດ້ຢູ່

Students attending an out-of-state college or voters traveling during an election can still receive a ballot. Fill out the Absentee Ballot Request Form and return it to the county elections office, or update online using My Vote.

ນັກຮຽນທີ່ກຳລັງຮຽນຢູ່ມະຫາໄລໃນຕ່າງລັຖ ຫຼື ຜູ້ລົງຄະແນນສຽງທີ່ກຳລັງເດີນທາງໃນລະຫວ່າງການເລືອກຕັ້ງຍັງສາມາດໄດ້ຮັບບັດລົງຄະແນນ. ກອກຟອມ ການຮ້ອງຂໍບັດສຳລັບຜູ້ບໍ່ໄດ້ຢູ່  ແລະ ສົ່ງກັບໄປທີ່ ຫ້ອງການເລືອກຕັ້ງຂອງເຄົາຕີ້ ​​, ຫຼື ອັບເດດຂໍ້ມູນທາງອອນໄລນ໌ດ້ວຍການໃຊ້   ຄະແນນສຽງຂອງຂ້ອງ ​.​ ​​